ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ (ຕໍາແໜ່ງບໍລິຫານ ປະເພດ 3)
ໃນວັນທີ 16 ພຶດສະພາ 2024, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປະກາດການຈັດຕັ້ງພະນັກ ງານ ນໍາພາ-ຄຸ້ມຄອງ (ຕໍາແໜ່ງບໍລິຫານ ປະເພດ 3) ຂຶ້ນ, ທີ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ຊຶ່ງມີທ່ານຫົວໜ້າ-ຮອງຫົວຫນ້າຫ້ອງການ, ກົມ, ຫົວໜ້າ-ຮອງຫົວໜ້າ ພະແນກ ແລະ ທຽບເທົ່າ ອ້ອມຂ້າງຫ້ອງການ ແລະ ບັນດາກົມເຂົ້າຮ່ວມ.
ໃນພິທີ ທ່ານ ນາງ. ອຸລາພອນ ພົງສະຫວັດ ຮອງຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ສັບບຊ້ອນແຕ່ງຕັ້ງພະນັກງານ ລາຍລະອຽດດັ່ງລຸ່ມນີ້:
1. ຍົກຍ້າຍ ທ່ານ ປອ ເພັດແກ້ວ ພູມະນີວົງ ຮອງຫົວໜ້າຫ້ອງການ ໄປປະຈໍາການຢູ່ກົມແຜນການ ແລະ ການຮ່ວມມື ແລະ ປະກາດແຕ່ງຕັ້ງເປັນຮອງຫົວໜ້າກົມແຜນການ ແລະ ການຮ່ວມມື;
2. ຍົກຍ້າຍ ທ່ານ ໂສພາ ສິດທິໂສມ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ມາປະຈໍາການຢູ່ຫ້ອງການກະຊວງ ແລະ ປະກາດແຕ່ງຕັ້ງເປັນຮອງຫົວໜ້າຫ້ອງການກະຊວງ;
3. ຍົກຍ້າຍ ທ່ານ ກອນໄທ ແກ້ວນະຄອນ ຫົວໜ້າພະແນກເລຂາ ແລະ ພິທີການ, ຫ້ອງ ການກະຊວງ ໄປປະຈໍາການຢູ່ກົມກວດກາ ແລະ ປະກາດແຕ່ງຕັ້ງເປັນຮອງຫົວໜ້າກົມກວດກາ.
ໃນຕອນທ້າຍຂອງພິທີທ່ານປະທານ ໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານທີີ່ຖືກຍົກຍ້າຍ ແລະ ແຕ່ງຕັ້ງໄປຮັບໜ້າທີ່ໃໝ່ ຊຶ່ງແມ່ນການສັບຊ້ອນ ແລະ ຈັດວາງພະນັກງານ ໃຫ້ສອດຄ່ອງ ແລະ ແທດເໝາະ ກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ ແລະ ພ້ອມທັງໃຫ້ທິດຊີ້ນໍາບາງດ້ານ ດັ່ງນີ້:
1. ໃຫ້ຮີບຮ້ອນຄົ້ນຄວ້າປຶກສາຫາລື ແບ່ງຄວາມຮັບຜິດຊອບຄືນໃໝ່ ໃຫ້ເໝາະສົມກັບຄວາມຮູ້ຄວາມສາມາດຂອງແຕ່ລະທ່ານ ພ້ອມທັງຮັກສາຄວາມສາມັກຄີເປັນຫມູ່ຄະນະ ແລະ ລວມສູນ;
2. ສຶບຕໍ່ປັບປຸງວຽກພັກ-ພະນັກງານໃຫ້ດີຂຶ້ນ, ສືບຕໍ່ສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສາມັກຄີ, ເຮັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ;
3. ເພີ່ມທະວີຄວາມເອົາໃຈໃສ່ໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງພັກ ຂັ້ນຂອງຕົນ ຢ່າງຈິງຈັງ ແລະ ທັນເວລາ;
4. ຄະນະພັກ-ຄະນະນໍາຂອງກົມ ໃຫ້ເອົາໃຈໃສ່ແຜນວຽກ, ບຸກທະລຸວິທີຄິດ, ວິທີປະຕິບັດ, ສຶກສາອົບຮົມພະນັກງານ ໃຫ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ;
5. ເອົາໃຈໃສ່ເຮັດວຽກວິຊາສະເພາະຂອງຕົນ ເປັນຕົ້ນແມ່ນ: ວຽກບໍລິຫານ, ຄຸ້ມຄອງງົບປະມານ, ຊັບສິນຂອງລັດ-ຂອງກະຊວງ, ວຽກກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງຂອງກະຊວງ, ວຽກແຜນການ, ຮ່ວມມື, ລົງທຶນ ແລະ ຂໍ້ມູນສະຖິຕິ;
6. ເອົາໃຈໃສ່ ຮັກສາຄວາມສາມັກຄີເປັນເອກະພາບ ພາຍໃນຄະນະຫ້ອງການ-ຄະນະກົມ ແລະ ພະນັກງານ-ລັດຖະກອນ ເປັນປຶກແຜ່ນແໜ້ນໜາ ພາຍໃຕ້ການນຳພາຂອງພັກ, ສາມັກຄີບົນລະບຽບກົດໝາຍ, ບົນແນວທາງນະໂຍບາຍຂອງ ພັກ-ລັດ ວາງອອກ ບໍ່ແມ່ນສາມັກຄີກັນເພື່ອເຮັດຜິດກົດໝາຍ.
ແຫຼ່ງຂໍ້ມູນ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ